ຫ້ອງອອກກໍາລັງກາຍ Energy – Fitness Training Studio

Energy Fitness

ຫ້ອງອອກກຳລັງກາຍ Energy – Fitness Training Studio ຂອງພວກເຮົາ ຕັ້ງຢູ່ຊັ້ນ 2 ຂອງ ໂຮງແຮມອ່າງຄໍາ
ໄດ້ຮັບການສ້າງສັນຂຶ້ນມາເພື່ອຕອບສະໜອງທາງເລືອກໃນການອອກກໍາລັງກາຍ / ໃຫ້ແກ່ບັນດາແຂກຂອງໂຮງແຮມ ແລະ ສຳລັບບຸກຄົນທົ່ວໄປທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ –
ຊຶ່ງຊ່ວຍປະກອບສ່ວນໃນການສ້າງສັງຄົມໃຫ້ແຂງແຮງ ແລະ ມີສຸຂະພາບທີ່ດີຂຶ້ນ.
ຫ້ອງອອກກຳລັງກາຍ Energy – Fitness Training Studio ຂອງພວກເຮົາປະກອບມີ ຫ້ອງອອກກຳລັງກາຍ 2 ໂຊນ
ທີ່ແຍກຈາກກັນ,ຊຶ່ງແຕ່ລະບ່ອນແມ່ນມີຈຸດປະສົງເພື່ອການອອກກໍາລັງກາຍລະບົບຫົວໃຈ ແລະ ຫຼອດເລືອດ,
ແລະ ການອອກກໍາລັງກາຍລະບົບເຜົາຜານນໍ້າໜັກຕາມລໍາດັບ. ໂຊນອອກກຳລັງກາຍລະບົບຫົວໃຈ (Cardio
Training Studio) ປະກອບດ້ວຍ ເຄື່ອງສາຍພານສຳລັບແລ່ນ, ເຄື່ອງຍົກ ແລະ ລົດຖີບຄົງທີ່.
ໂຊນອອກກຳລັງກາຍລະບົບເຜົາຜານນໍ້າໜັກ (Weight Training Studio) ປະກອບດ້ວຍ ເຄື່ອງຍົກນໍ້າໜັກ,
ລູກຕຸ້ມນໍ້າໜັກ ແລະ ອຸປະກອນຊົກມວຍ.
ພວກເຮົາຮັບປະກັນວ່າ ທ່ານຈະໄດ້ຮັບການຝຶກຊ້ອມ ໃນສະຖານທີ່ທີ່ມີສະພາບແວດລ້ອມທີ່ສະອາດ,ສະຫງົບງຽບ
ແລະ ຮູ້ສຶກຜ່ອນຄາຍ ທຸກໆຄັ້ງທີ່ທ່ານມາໃຊ້ບໍລິການ ຢູ່ທີ່ຫ້ອງອອກກໍາລັງກາຍ Energy – Fitness Training
Studio ຂອງພວກເຮົາ, ທີ່ໂຮງແຮມອ່າງຄໍາ.
Angkham Hotel in VIentiane, Laos